ນິກຕິດລີວິວ🌁
ສະຖານທີ່ທ້ອງທ່ຽວ🏞
👉🏻ອ່າງນໍ້າຕົງ ບ້ານຫ້ວຍເດືອ ເມືອງເຟືອງ ແຂວງວຽງຈັນ
🚕 ທາງໄປເມືອງເຟືອງດີບໍ່? 🛵
ສຳລັບລັບທາງໄປແມ່ນຂ້ອນຂ້າງດີຫລາຍແລ້ວ ເປັນທາງຢາງປະມານ 80%ແລ້ວ ແລະ ທາງແດງແຕ່ເກດທາງລຽບແລ້ວ ລົດເກັງລົດກະປ໋ອງໄປໄດ້ສະບາຍ
🚗ໄປທາງໃດ? 🚙
ຂ້ອຍອອກຈາກວຽງແມ່ນຂຶ້ນທາງດ່ວນໄປເລີຍ ປະມານ 30ນາທີ ຮອດດ່ານເມືອງຫີນເຫີບ ແລ້ວອອກຈາກທາງດ່ວນ ມຸ້ງຫນ້າໄປຫີນເຫີບ-ເມືອງເຟືອງ ໃຊ້ເວລາປະມານ 50ນາທີ ກໍ່ຈະຮອດສາມແຍກບ້ານດອນ ຫຼື ສາມແຍກເມືອງເຟືອງ ໃຫ້ລ້ຽວຊ້າຍ ເພາະລ້ຽວຂວາເຮົາຈະໄປຫາເຮືອແພ ລ້ຽວຊ້າຍເດີ້ ແລະ ຂີໄປອີກປະມານ 20ນາທີ ທາງດີທາງຢາງ
🥗 ອາຫານແຊບບໍ່ ລາຄາເດະ? 🍲 🍱
ກົດຂອງທາງຮ້ານແມ່ນ ສາມາດນຳເຄື່ອງດື່ມ ມາໄດ້ທຸກຢ່າງ ບໍ່ວ່າຈະເປັນເຫລົ້າເບຍ ບໍ່ເສຍຄ່າເປີດໃດໆ ຂອງແກ້ມທຸກຢ່າງເອົາມາໄດ້ ແຕ່ບໍ່ໃຫ້ປຸງແຕ່ງອາຫານໃນສະຖານທີ່ ປີ້ງທອດ ດັງໄຟ ບໍ່ໄດ້ເດີ້ ແລະ ເພິ່ນກໍ່ມີອາຫານຕາມສັ່ງ ລາຄາໂອເຄເລີຍ ແລະ ສ່ວນຫລາຍເປັນອາຫານພື້ນບ່ານແຖວນັ້ນ ເຊັນພວກແມງໄມ້ທອດ ຈະບໍ່ແມ່ນແບບລ້ຽງ ປາ ກໍ່ຈະເປັນທຳມະຊາດ ລາຄາດີເລີຍ ແຕ່ ຊ້ານິດ1 ເພິ່ນເປີດໃຫມ່ ແນະນຳໃຫ້ເອົາໄປເອງແນ່ຈະດີຫລາຍ ສ່ວນລົດຈະມີຄ່າຝາກລົດໃຫຍ່ 10ພັນ ຄ່າຕູບ 50ພັນ ແລະພວກເຄື່ອງຫລິ້ນຕ່າງ ກໍ່ລາຄາບໍ່ແພງ 5ພັນ 10ພັນ (ເຮົາເອົາລາຍການເຄື່ອງຫລິ້ນໄວ້ຮູບສຸດທ້າຍເດີ້ ສາມາດໄປອ່ານໄດ້)
🏠 ທີ່ພັກເດະ ດີບໍ່?🏡
ຕອນໄປເພິ່ນເຕັມແລ້ວ ເລີຍບໍ່ໄດ້ຖ່າຍມາໃຫ້ເບິ່ງ ແຕ່ຄິດວ່າຫນ້າຈະດີ ເພາະຫາກໍ່ສ້າງແລ້ວໃຫມ່ໆ ແລະ ຍັງບໍ່ແລ້ວຫລາຍຫ້ອງ ແຕ່ຄ່າພັກແມ່ນ 150,000ກີບຕໍ່ຄືນ
🚷ຂໍ້ຄວນລະວັງ📵
ໃຜທີ່ມັກເມົາເຮືອ ເມົາລົດ ໃຫ້ລະວັງ ເພາະເຮືອເພມັນໂຢບຕະຫລອດ ຄືເຮົາກຳລັງຢູ່ກາງລະເລຄື້ນເກີດຈາກການຍ່າງໄປມາຂອງແຂກ ເມົາໄດ້ງ່າຍ ຜູ້ເຖົ້າບໍ່ແນະນຳໃຫ້ໄປ ເພາະທາງມັນໂຢບຂຶ້ນລົງ ແລະ ຫ້ອງນ້ຳໄກຫລາຍ ຕ້ອງໄດ້ຍ່າງອອກລານຈອດລົດປະມານ 5-6ນາທີ ຈິ່ງຮອດ ອີກອັນ1 ນ້ຳເລຶກຫລາຍ ປະມານ 30m ຖ້າມີຫຍັງຕົກລົງໄປ ຢ່າຫວັງຈະໄດ້ຄືນ ເສຍໃຈນຳ
ແຜນທີເດີ້ ເພື່ອຫລົງທາງ
https://maps.google.com/?q=18.577967,101.969452
ความคิดเห็น
แสดงความคิดเห็น